ພຊສ ປຶກສາແລກປ່ຽນບົດຮຽນ ກັບ ຫ້ອງການ ກຊສ
ວັນທີ 13 ກຸມພາ 2020 ນີ້ ຫ້ອງການກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຈຳປາສັກ ຈັດກອງປະຊຸມ ປຶກສາແລກປ່ຽນບົດຮຽນ ເພື່ອຍົກລະດັບດ້ານຂ່າວສານປະຊາສຳພັນ, ການປັບປຸງເວັບໄຊ່, ການບໍລິຫານເອກະສານທາງລັດຖະການ, ການຂື້ນບັນຊີສັບສິນຂອງລັດ ແລະ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່-ເດັກ
ພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ຂອງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຈໍາປາສັກ
ໃນຕອນບ່າຍຂອງວັນທີ 01 ເມສາ 2020 ທີ່ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຈໍາປາສັກ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກ, ຫົວໜ້າຂະແໜງ ແລະ ຮອງຂະແໜງ ໃຫ້ກຽດເປັນປະທ່ານການປະກາດໂດຍ ທ່ານ ນິພອນ ວຽງປະເສີດ ຄະນະປະຈຳພັກແຂວງ, ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກ ພ້ອມດ້ວຍ ທ່ານ ສຸປານີ ສິລິປຸຍໂຍ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງຈຳປາສັກ ແລະ ຍັງມີ ພະແນກການທີ່ກ່ຽວຂ້ອງ, ຄະນະພະແນກ, ຫົວໜ້າຂະແໜງ-ຮອງຂະແໜງ, ພະນັກງານລັດຖະກອນເຂົ້າຮ່ວມ