ໃນຄັ້ງວັນທີ 24 ມິຖຸນາ 2021 ທ່ານ ນາງ ທອງຈັນ ອະຄະມາເຂດ ຄະນະນຳ ກະຊວງຊັບພະຍາກອນ
ທຳມະຊາດ ແລະ ສິ່ງແວດລອ້ມ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ລົງມາຊຸກຍູ້ເຮັດວຽກຢູ່ທີ່ແຂວງຈໍາປາສັກ,ແລະ ໃນຕອນເຊົ້າ ເວລາ 08:30 ໂມງ ທ່ານ ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລອ້ມແຂວງ ຈຳປາສັກພອ້ມຄະນະໄດ້ຕອ້ນຮັບ ພອ້ມທັງໄດ້ເຂົ້າພົບປະຄະນະນຳຂອງແຂວງຈຳປາສັກ,ຄະນະປັບປຸງກົງຈັກຂັ້ນແຂວງ ເພື່ອລາຍງານການລົງມາເຮັດວຽກຢູ່ທີ່ແຂວງຈຳປາສັກໃນຄັ້ງນີ້,ເພື່ອຊຸກຍູ້ການປັບປຸງກົງຈັກຂອງວຽກງານຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລອ້ມ ໃຫ້ສອດຄອ່ງຕາມພະລະບົດໃຫ່ມ,ຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງຊັບພະຍາກອ່ນທຳມະຊາດ ແລະ ສິ່ງແວດລອ້ມສະບັບເລກທີ 4983/ກຊສ ແລະ ເລກທີ 4984/ກຊສ,ລົງວັນທີ 03 ພະຈິກ 2020.ວ່າດ້ວຍການຈັດຕັ້ງເຄື່ອນໄຫວວຽກງານຂອງ ພະແນກພະຍາກອນທຳມະຊາດ ແລະ ສິ່ງແວດລອ້ມແຂວງ ແລະ ວ່າດ້ວຍການຈັດຕັ້ງເຄື່ອນໄຫວວຽກງານຂອງຫອ້ງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລອ້ມເມືອງ.
ແລະ ໃນຕອນບ່າຍເວລາ 13:30 ໂມງ ຂອງວັນດຽວກັນ ກໍ່່ໄດ້ຈັດກອງປະຊຸມຂື້ນຢູ່ທີ່ຫອ້ງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລອ້ມ ໂດຍພາຍໃຕ້ການເປັນຄະນະປະທານ ຂອງທ່ານ ນາງ ທອງຈັນ ອະຄະມາເຂດ,ທ່ານ ຈັນທະບູນ ສີປະເສີດ ຫົວໜ້າພະແນກ,ມີຜູ້ເຂົ້າຮ່ວມ: ຄະນະທີມງານມາຈາກກົມຈັດຕັ້ງ - ພະນັກງານ ກຊສ,ຄະນະ ພຊສ,ຫົວໜ້າຫອ້ງການ ຊສ 1 ນະຄອນ 9 ຕົວເມືອງ,ຫົວໜ້າຂະແໜງອອ້ມຂ້າງແຂວງ 8 ຂະແໜງການ ພອ້ມດ້ວຍ ວິຊາການຂອງແຂວງ ແລະ ເມືອງ,ຈຸດປະສົງຂອງກອງປະຊຸມແມ່ນເພື່ອຊຸກຍູ້ວຽກປັບປຸງກົງຈັກ,ການກຳນົດຕ່ຳແໜ່ງງານ ຕາມພາລະບົດບາດໃຫ່ມ ເລກທີ 4983/ກຊສ,ເລກທີ 4984/ກຊສ ຂອງ ພຊສ ແລະ ຫອ້ງການ ຊສ ເມືອງ ໃຫ້ມີຜົນສຳເລັດທີຈົບງາມ,ກອງປະຊຸມໃນຄັ້ງນີ້ມີຜູ້ເຂົ້າຮ່ວມ 45 ທ່ານ ;ຍິງ 10 ທ່ານ.