ວັນທີ 7 ກໍລະກົດ 2021,​ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ(ພຊສ)​ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2021​ ແລະ ວາງທິດມາງ 6 ເດືອນທ້າຍປີ ຕິດພັນກັບການທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບ 5 ຂະແໜງ ທີ່ຂຶ້ນກັບ ພ້ອມທັງປະກາດພະນັກງານນໍາພາ-ຄຸ້ມຄອງ 3 ທ່ານ ພັກການ-ຮັບອຸດໜູນບໍານານ.

ກອງປະຊຸມຈັດຂຶ້ນຢູ່ວິທະຍາໄລການເງິນພາກໃຕ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະນັ່ນ ສີພາພົມມະຈັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຫົວໜ້າຄະນະປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ.​ ມີ ທ່ານ ຈັນທະບູນ ສີປະເສີດ ກໍາມະການນະພັກແຂວງ​ ຫົວໜ້າ​ ພຊສ ແຂວງ ພ້ອມດ້ວຍຄະນະປັບປຸງກົງຈັກການຈັດຕັ້ງພັກ-ລັດ ຂັ້ນແຂວງ, ຄະນະພັກ-ຄະນະພະແນກ,​ ສະມາຊິກພັກ,​ ພະນັກງານ​ - ລັດຖະກອນພາຍໃນ ພຊສ ແຂວງ ເຂົ້າຮ່ວມ.

ທີ່ປະຊຸມໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນໄລຍະ 6 ເດືອນຕົ້ນປີ 2021 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ຈາກທ່ານ ຈັນທະບູນ ສີປະເສີດ ກຳມະການພັກແຂວງ ຫົວໜ້າ ພຊສ ແຂວງຈຳປາສັກ; ນອກນັ້ນຍັງໄດ້ເຜີຍແຜ່ຂໍ້ຕົກລົງ ສະບັບເລກທີ 4983/ກຊສ, ລົງວັນທີ 3 ພະຈິກ 2020 ວ່າດ້ວຍການຈັດຕັ້ງ ແລະ ການເຄືອນໄຫວ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ (ສະບັບປັບປຸງ) ແລະ ຂໍ້ຕົກລົງ 4984/ກຊສ, ລົງວັນທີ 3 ພະຈິກ 2020 ວ່າດ້ວຍການຈັດຕັ້ງ ແລະ ການເຄືອນໄຫວ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ນະຄອນ (ສະບັບປັບປຸງ).

ໃນຄັ້ງວັນທີ 24 ມິຖຸນາ 2021 ທ່ານ ນາງ ທອງຈັນ ອະຄະມາເຂດ ຄະນະນຳ ກະຊວງຊັບພະຍາກອນ

ທຳມະຊາດ ແລະ ສິ່ງແວດລອ້ມ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ລົງມາຊຸກຍູ້ເຮັດວຽກຢູ່ທີ່ແຂວງຈໍາປາສັກ,ແລະ ໃນຕອນເຊົ້າ ເວລາ 08:30 ໂມງ ທ່ານ ຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລອ້ມແຂວງ ຈຳປາສັກພອ້ມຄະນະໄດ້ຕອ້ນຮັບ ພອ້ມທັງໄດ້ເຂົ້າພົບປະຄະນະນຳຂອງແຂວງຈຳປາສັກ,ຄະນະປັບປຸງກົງຈັກຂັ້ນແຂວງ ເພື່ອລາຍງານການລົງມາເຮັດວຽກຢູ່ທີ່ແຂວງຈຳປາສັກໃນຄັ້ງນີ້,ເພື່ອຊຸກຍູ້ການປັບປຸງກົງຈັກຂອງວຽກງານຂະແໜງການຊັບພະຍາກອນທຳມະຊາດ  ແລະ ສິ່ງແວດລອ້ມ ໃຫ້ສອດຄອ່ງຕາມພະລະບົດໃຫ່ມ,ຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງຊັບພະຍາກອ່ນທຳມະຊາດ ແລະ ສິ່ງແວດລອ້ມສະບັບເລກທີ 4983/ກຊສ ແລະ ເລກທີ 4984/ກຊສ,ລົງວັນທີ 03 ພະຈິກ 2020.ວ່າດ້ວຍການຈັດຕັ້ງເຄື່ອນໄຫວວຽກງານຂອງ ພະແນກພະຍາກອນທຳມະຊາດ ແລະ ສິ່ງແວດລອ້ມແຂວງ ແລະ ວ່າດ້ວຍການຈັດຕັ້ງເຄື່ອນໄຫວວຽກງານຂອງຫອ້ງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລອ້ມເມືອງ.

          ແລະ ໃນຕອນບ່າຍເວລາ 13:30 ໂມງ ຂອງວັນດຽວກັນ ກໍ່່ໄດ້ຈັດກອງປະຊຸມຂື້ນຢູ່ທີ່ຫອ້ງປະຊຸມຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລອ້ມ ໂດຍພາຍໃຕ້ການເປັນຄະນະປະທານ ຂອງທ່ານ ນາງ ທອງຈັນ ອະຄະມາເຂດ,ທ່ານ ຈັນທະບູນ    ສີປະເສີດ ຫົວໜ້າພະແນກ,ມີຜູ້ເຂົ້າຮ່ວມ: ຄະນະທີມງານມາຈາກກົມຈັດຕັ້ງ - ພະນັກງານ ກຊສ,ຄະນະ ພຊສ,ຫົວໜ້າຫອ້ງການ ຊສ 1 ນະຄອນ 9 ຕົວເມືອງ,ຫົວໜ້າຂະແໜງອອ້ມຂ້າງແຂວງ 8 ຂະແໜງການ ພອ້ມດ້ວຍ ວິຊາການຂອງແຂວງ ແລະ ເມືອງ,ຈຸດປະສົງຂອງກອງປະຊຸມແມ່ນເພື່ອຊຸກຍູ້ວຽກປັບປຸງກົງຈັກ,ການກຳນົດຕ່ຳແໜ່ງງານ ຕາມພາລະບົດບາດໃຫ່ມ ເລກທີ 4983/ກຊສ,ເລກທີ 4984/ກຊສ ຂອງ ພຊສ ແລະ ຫອ້ງການ ຊສ ເມືອງ ໃຫ້ມີຜົນສຳເລັດທີຈົບງາມ,ກອງປະຊຸມໃນຄັ້ງນີ້ມີຜູ້ເຂົ້າຮ່ວມ 45 ທ່ານ ;ຍິງ 10 ທ່ານ.

ໃນຕອນບ່າຍຂອງວັນທີ 01 ເມສາ 2020  ທີ່ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຈໍາປາສັກ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກ, ຫົວໜ້າຂະແໜງ ແລະ ຮອງຂະແໜງ ໃຫ້ກຽດເປັນປະທ່ານການປະກາດໂດຍ ທ່ານ ນິພອນ ວຽງປະເສີດ ຄະນະປະຈຳພັກແຂວງ, ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກ ພ້ອມດ້ວຍ ທ່ານ ສຸປານີ ສິລິປຸຍໂຍ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງຈຳປາສັກ ແລະ ຍັງມີ ພະແນກການທີ່ກ່ຽວຂ້ອງ, ຄະນະພະແນກ, ຫົວໜ້າຂະແໜງ-ຮອງຂະແໜງ, ພະນັກງານລັດຖະກອນເຂົ້າຮ່ວມ

ວັນທີ 13 ກຸມພາ 2020 ນີ້ ຫ້ອງການກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຈຳປາສັກ ຈັດກອງປະຊຸມ ປຶກສາແລກປ່ຽນບົດຮຽນ ເພື່ອຍົກລະດັບດ້ານຂ່າວສານປະຊາສຳພັນ, ການປັບປຸງເວັບໄຊ່, ການບໍລິຫານເອກະສານທາງລັດຖະການ, ການຂື້ນບັນຊີສັບສິນຂອງລັດ ແລະ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່-ເດັກ

Subcategories