ວັນທີ 13 ກຸມພາ 2020 ນີ້ ຫ້ອງການກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຈຳປາສັກ ຈັດກອງປະຊຸມ ປຶກສາແລກປ່ຽນບົດຮຽນ ເພື່ອຍົກລະດັບດ້ານຂ່າວສານປະຊາສຳພັນ, ການປັບປຸງເວັບໄຊ່, ການບໍລິຫານເອກະສານທາງລັດຖະການ, ການຂື້ນບັນຊີສັບສິນຂອງລັດ ແລະ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ແມ່-ເດັກ

ຢູ່ຫີ່ຫ້ອງປະຊຸມພະແນກ ຊສ ແຂວງ, ເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ລຽນໄຊ ບຸນມະນີວັນ, ຮອງຫົວໜ້າຫ້ອງ ກຊສ, ທ່ານ ປອ ສຸປານີ ສິລິປຸນໂຍ  ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຈຳປາສັກ, ມີທີມງານມາຈາກກະຊວງ, ຫົວໜ້າຂະແໜງ, ຮອງຂະແໜງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ 15 ທ່ານ.