ໃນຕອນບ່າຍຂອງວັນທີ 01 ເມສາ 2020  ທີ່ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຈໍາປາສັກ ໄດ້ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າພະແນກ, ຫົວໜ້າຂະແໜງ ແລະ ຮອງຂະແໜງ ໃຫ້ກຽດເປັນປະທ່ານການປະກາດໂດຍ ທ່ານ ນິພອນ ວຽງປະເສີດ ຄະນະປະຈຳພັກແຂວງ, ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຈຳປາສັກ ພ້ອມດ້ວຍ ທ່ານ ສຸປານີ ສິລິປຸຍໂຍ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງຈຳປາສັກ ແລະ ຍັງມີ ພະແນກການທີ່ກ່ຽວຂ້ອງ, ຄະນະພະແນກ, ຫົວໜ້າຂະແໜງ-ຮອງຂະແໜງ, ພະນັກງານລັດຖະກອນເຂົ້າຮ່ວມ

ໃນການປະກາດແຕ່ງຕັ້ງຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຂະແໜງຂອງ ມີດັ່ງນີ້:

  1. ທ່ານ ປອ ໄຊຍະສິດ ວິລະພັດ ຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ເປັນ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ.
  2. ທ່ານ ກໍລະກັນ ຄຳມະວົງ ຫົວໜ້າຂະແໜງແຜນການ-ສະຖິຕິ ແລະ ຂໍ້ມູນ-ຂ່າວສານ ເປັນຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ.
  3. ທ່ານ ບຸນປອນ ບຸຍວິໄລ ຮອງຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ເປັນຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ.
  4. ທ່ານ ເຂັມເພັດ ປະເສີດກຸນ ວິຊາການ ຂະແໜງທີ່ດິນ ເປັນ ຮອງຂະແໜງຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ.
  5. ທ່ານ ນາງ ຈັນທະລາ ນາມມະວາລີ ວິຊາການ ຂະແໜງທີ່ດິນ ເປັນ ຮອງຂະແໜງຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ.