ວັນທີ 7 ກໍລະກົດ 2021,​ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ(ພຊສ)​ແຂວງຈໍາປາສັກ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2021​ ແລະ ວາງທິດມາງ 6 ເດືອນທ້າຍປີ ຕິດພັນກັບການທາບທາມບຸກຄະລາກອນເຂົ້າໃສ່ໂຄງປະກອບ 5 ຂະແໜງ ທີ່ຂຶ້ນກັບ ພ້ອມທັງປະກາດພະນັກງານນໍາພາ-ຄຸ້ມຄອງ 3 ທ່ານ ພັກການ-ຮັບອຸດໜູນບໍານານ.

ກອງປະຊຸມຈັດຂຶ້ນຢູ່ວິທະຍາໄລການເງິນພາກໃຕ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະນັ່ນ ສີພາພົມມະຈັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຫົວໜ້າຄະນະປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ.​ ມີ ທ່ານ ຈັນທະບູນ ສີປະເສີດ ກໍາມະການນະພັກແຂວງ​ ຫົວໜ້າ​ ພຊສ ແຂວງ ພ້ອມດ້ວຍຄະນະປັບປຸງກົງຈັກການຈັດຕັ້ງພັກ-ລັດ ຂັ້ນແຂວງ, ຄະນະພັກ-ຄະນະພະແນກ,​ ສະມາຊິກພັກ,​ ພະນັກງານ​ - ລັດຖະກອນພາຍໃນ ພຊສ ແຂວງ ເຂົ້າຮ່ວມ.

ທີ່ປະຊຸມໄດ້ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນໄລຍະ 6 ເດືອນຕົ້ນປີ 2021 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ຈາກທ່ານ ຈັນທະບູນ ສີປະເສີດ ກຳມະການພັກແຂວງ ຫົວໜ້າ ພຊສ ແຂວງຈຳປາສັກ; ນອກນັ້ນຍັງໄດ້ເຜີຍແຜ່ຂໍ້ຕົກລົງ ສະບັບເລກທີ 4983/ກຊສ, ລົງວັນທີ 3 ພະຈິກ 2020 ວ່າດ້ວຍການຈັດຕັ້ງ ແລະ ການເຄືອນໄຫວ ຂອງ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ, ນະຄອນຫຼວງວຽງຈັນ (ສະບັບປັບປຸງ) ແລະ ຂໍ້ຕົກລົງ 4984/ກຊສ, ລົງວັນທີ 3 ພະຈິກ 2020 ວ່າດ້ວຍການຈັດຕັ້ງ ແລະ ການເຄືອນໄຫວ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ນະຄອນ (ສະບັບປັບປຸງ).

ໃນກອງປະຊຸມດັ່ງກ່າວຍັງໄດ້ປະກາດພະນັກງານນໍາພາ-ຄຸ້ມຄອງ 3 ທ່ານ ພັກການ-ຮັບອຸດໜູນບໍານານ ຄື:

  1. ທ່ານ ຄຳໃບ ວົງຈະເລີນ
  2. ທ່ານ ພອນໄຊ ທຳມະວົງຄຳ
  3. ທ່ານ ບຸນມາກ ສີພົມມະສອນ